• ຂ່າວດ່ວນ!

    ປະຕູໄຊ



    ເປັນເອກະລັກ ອັນໂດ່ດເດັ່ນອັນໜຶ່ງ ຂອງເມືອງວຽງຈັນ, ຕັ້ງຢູ່ປາຍຖະໜົນລ້ານຊ້າງ ໃຈກາງເມືອງ. ເລີ່ມສ້າງມາຕັ້ງ ແຕ່ປີ ຄສ 1957 ຕາມສັດສ່ວນຊວດຊົງ, ເລກຕຳລາ, ເລກສຳຄັນໃນຄະຕິ ຊາວພຸດ ຄື: 3-7-8 ແຕ່ຍັງບໍ່ສຳເລັດສົມບູນ.



    ຮູບຊົງດ້ານລຸ່ມ ເໝືອນປະຕູໄຊກາງກຸງປາຣີ (ຝຣັ່ງເສດ), ດ້ານເທິງ ເປັນສິລະປະລາຍລາວທີ່ງົດງາມ ລວມທັງຮູບປັ້ນ ນາງກິນນະລີ. ນັກທ່ອງທ່ຽວ ສາມາດຂຶ້ນໄປສູ່ຊັ້ນສູງສຸດ ເພື່ອຊົມທິວທັດ ຂອງຕົວເມືອງ. ເຊົ້າ ແລະ ແລງ, ຊາວເມືອງ ມັກມາທ່ຽວຫຼິ້ນອອກກຳລັງກາຍ ຫຼື ຈັດກິດຈະກຳໃນວັນພິເສດ.


    ไม่มีความคิดเห็น